empower your
organization
starting with
people

ແນະນໍາອົງກອນ

New Direction is a trusted partner in people and organizational development.
We help businesses grow by strengthening the one thing that drives everything else — people.

With deep expertise in HR, Marketing, and Strategic Management, we design practical solutions that align vision with action, and teams with purpose. Our approach is tailored, hands-on, and built on long-term partnership — not quick fixes.

We work with organizations that believe people are their greatest asset — and we help turn that belief into measurable success.

“ We don’t just support growth — we help build the people who lead it.”

WHAT WE OFFER

Coporate trainings
Consulting

ແນະນໍາອົງກອນ

“New Direction” ພວກເຮົາ ເຊື່ອວ່າຄົນຄື ພະລັງຂັບເຄື່ອນຢູ່ເບື້ອງຫຼັງຂອງທຸກໆອົງກອນທີ່ປະສົບຄວາມສໍາເລັດ. ພາລະກິດຂອງພວກເຮົາຄືການເສີມສ້າງສັກກະຍະພາບຂອງບຸກຄົນ ແລະ ທີມງານ ຜ່ານການພັດທະນາຢ່າງມີຄວາມໝາຍ, ການຄິດຄົ້ນແນວທາງໃໝ່ ແລະ ການສ້າງວັດທະນະທໍາແຫ່ງການຮຽນຮູ້ຢ່າງຕໍ່ເນື່ອງ

 ພວກເຮົາມີຄວາມຊ່ຽວຊານດ້ານການ ໃຫ້ຄໍາປຶກສາ, ການຝຶກອົບຮົມ ແລະ ລະບົບຊັບພະຍາກອນມະນຸດ ພ້ອມທທັງເປັນພັນທະມິດ ກັບ ທຸລະກິດ ໂຮງຮຽນ, ຄຼີນິກ ແລະ ໂຮງງານ ເພື່ອປົດລັອກ ສັກກະຍະພາບທີ່ແທ້ຈິງ ແລະ ສ້າງການເຕີບໂຕ ຢ່າງຍືນຍົງ ໃນໄລຍະຍາວ

ບໍ່ວ່າທ່ານຈະຕ້ອງການພັດທະນາ ພາວະຜູ້ນໍາ, ສ້າງທີມປະສິດທິພາບສູງ ຫຼື ອອກແບບບຸກຄະລາກອນ ທີ່ພ້ອມຮັບມືໃນອະນາຄົດ – New Direction ພ້ອມຄຽງຂ້າງທ່ານ

ປັນຫາທົ່ວໄປດ້ານ HR ທີ່ພວກເຮົາໃຫ້ຄວາມຊ່ວຍເຫຼືອ

ທີມງານ ປະສົບປັນຫາເພາະບໍ່ມີທິດທາງທີ່ຊັດເຈນ ຫຼື ຂາດຜູ້ນໍາທີ່ສາມາດນໍາພາການເຕີບໂຕ ແລະ ການປ່ຽນແປງໄດ້

ພະນັກງານຮູ້ສຶກຫ່າງເຫີນ, ຂາດຄຸນຄ່າ ຫຼື ບໍ່ມີແຮງຈູງໃຈ ສົ່ງຜົນໃຫ້ຂວັນກໍາລັງໃຈຕົກຕໍ່າ ແລະ ເກີດອັດຕາການລາອອກສູງ

ລະບົບປັດຈຸບັນບໍ່ສາມາດຕິດຕາມ, ປະເມີນ ແລະ ພັດທະນາສັກກະຍະພາບຂອງພະນັກງານໄດ້ຢ່າງມີຄວາມໝາຍ

ອົງກອນປະເຊີນກັບຄວາມຍາກລໍາບາກໃນການຍົກລະດັບທັກສະຂອງບຸກຄະລາກອນ ໃຫ້ທັນກັບຄວາມຕ້ອງການໃນອະນາຄົດ

ຄວາມບໍ່ເຂົ້າໃຈ ແລະ ການບໍ່ປະສານງານລະຫວ່າງພະແນກ, ສົ່ງຜົນໃຫ້ປະສິດທິພາບການເຮັດວຽກ ແລະ ຄວາມຮ່ວມມືຫຼຸດລົງ

ຫຼາຍໆອົງກອນບໍ່ມີແນວທາງໃນການບໍລິຫານ ແລະ ພັດທະນາຊັບພະຍາກອນມະນຸດຢ່າງເປັນລະບົບ ແລະ ຍືນຍົງໃນໄລຍະຍາວ

ວັດທະນະທໍາອົງກອນທີ່ປິດກັ້ນ ຫຼື ຄວາມຢ້ານຕໍ່ການປ່ຽນແປງ, ອາດຂັດຂວາງການນໍາລະບົບ ເຄື່ອງມື ຫຼື ແນວຄິດໃໝ່ໆ ມາໃຊ້

ປັນຫາທ່ົວໄປດ້ານການຕະຫຼາດທີ່ພວກເຮົາໃຫ້ຄວາມຊ່ວຍເຫຼືອ

ຫຼາຍທຸລະກິດບໍ່ສາມາດກໍານົດໄດ້ຢ່າງຊັດເຈນວ່າ ຄວນສື່ສານຫຍັງ, ກັບໃຜ ແລະ ແນວໃດ. ສົ່ງຜົນໃຫ້ຂໍ້ຄວາມກະຈັດກະຈາຍ ແລະ ຕົວຕົນຂອງແບຣນດ໌ບໍ່ຊັດເຈນ

ຫຼາຍໆອົງກອນບໍ່ມີທີມການຕະຫຼາດ ຫຼື ບຸກຄະລາກອນ ທີ່ມີຄວາມຮູ້ ສະເພາະທາງໃນການວາງແຜນ ແລະ ດໍາເນີນ ແຄມເປນ ໄດ້ຢ່າງມີປະສິດທິພາບ

ເນື້ອຫາທາງການຕະຫຼາດ ໂດຍສະເພາະ ວິດີໂອ ແລະ ສື່ໂຊຊຽວລ໌ ມັກຖືກສ້າງຂຶ້ນຢ່າງບໍ່ເໝາະສົມ, ບໍ່ມີຄວາມຕໍ່ເນື່ອງ ຫຼື ຍຸດທະສາດຮອງຮັບ

ໜ້າໂຊຊຽວລ໌ມີເດຍ ແລະ ເວ໊ບໄຊທ໌ມີຜູ້ເຂົ້າຊົມຕໍ່າ, ການມີສ່ວນຮ່ວມຕໍ່າ ແລະ ອັດຕະການປ່ຽນຜູ້ຊົມເປັນລູກຄ້ານ້ອຍ

ລູກຄ້າບໍ່ເຂົ້າໃຈຢ່າງຊັດເຈນວ່າແບຣນດ໌ຂອງທ່ານແຕກຕ່າງຈາກຄູ່ແຂ່ງແນວໃດ ເຊິ່ງເຮັດໃຫ້ຄວາມເຊື່ອໝັ້ນ ແລະ ການຕັດສິນໃຈຫຼຸດລົງ

ການທີ່ທີມການຕະຫຼາດ ແລະ ທີມຂາຍບໍ່ປະສານງານກັນ ເຮັດໃຫ້ເກີດການເຮັດວຽກຊໍ້າຊ້ອນ, ເປົ້າໝາຍບໍ່ສອດຄ່ອງກັນ ແລະ ສູນເສຍໂອກາດທາງທຸລະກິດ

ທຸລະກິດຂະໜາດນ້ອຍ ແລະ ກາງມັກຮູ້ສຶກໜັກໃຈໃນການຕາມໃຫ້ທັນກັບການປ່ຽນແປງຢ່າງວ່ອງໄວຂອງໂລກດີຈິຕໍ

ແນວທາງ ຂອງພວກເຮົາ

New Direction ພວກເຮົາເຊື່ອວ່າ ການປ່ຽນແປງທີ່ແທ້ຈິງເລີ່ມຕົ້ນຈາກພາຍໃນ ນັ້ນຄືເຫດຜົນທີ່ແນວທາງຂອງພວກເຮົາເນັ້ນໄປທີ່ “ຄົນ”- ສັກກະຍະພາບ, ທັດສະນະຄະຕິ ແລະ ຄວາມເຊື່ອມໂຍງກັບເປົ້າໝາຍຂອງອົງກອນ

ພວກເຮົາບໍ່ໄດ້ສະເໜີວິທີແກ້ປັນຫາສໍາເລັດຮູບແບບດຽວສໍາລັບທຸກຄົນ ແຕ່ພວກເຮົາໃຊ້ເວລາໃນການທໍາຄວາມເຂົ້າໃຈ ບໍລິບົດສະເພາະ, ຄວາມທ້າທາຍ ແລະ ຄວາມປາຖະໜາຂອງແຕ່ລະອົງກອນຢ່າງເລິກເຊິ່ງ ແລ້ວຈຶ່ງຮ່ວມກັນອອກແບບຍຸດທະສາດ ແລະ ໂປຣແກຣມພັດທະນາ ທີ່ປັບໃຫ້ເໝາະສົມ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍ ໄລຍະສັ້ນ ແລະ ວິໄສທັດ ໄລຍະຍາວຂອງອົງກອນນັ້ນໆ

ແນວທາງຂອງພວກເຮົາຍຶດຫຼັກ 4 ແນວຄິດສໍໍາຄັນດ່ັງນີ້:

ການພັດທະນາທີ່ມີ “ຄົນ” ເປັນສູນກາງ

ພວກເຮົາອອກແບບປະສົບການ ການຮຽນຮູ້ ແລະ ລະບົບຕ່າງໆ ໂດຍມີ “ຄົນ” ເປັນຫົວໃຈຂອງການເຕີບໂຕຂອງອົງກອນ

ຄວາມຮ່ວມມືແບບພາທ໌ເນີຣ໌

ພວກເຮົາບໍ່ໄດ້ເຮັດວຽກ “ໃຫ້” ລູກຄ້າ ແຕ່ເຮັດວຽກ “ຮ່ວມກັບ” ລູກຄ້າ ເພື່ອຮ່ວມກັນສ້າງການປ່ຽນແປງທີ່ມີຄວາມໝາຍ ແລະ ຍືນຍົງ

ການແກ້ປັນຫາຢ່າງບູລະນະການ

ຕັ້ງແຕ່ວິໄສທັດ, ວັດທະນະທໍາ, ການສື່ສານ ໄປຈົນເຖິງລະບົບ ພວກເຮົາເຊື່ອມໂຍງທຸກມິຕິຂອງອົງກອນໃຫ້ສອດປະສານກັນຢ່າງມີລະບົບ

ຜົນຮັບທີ່ມີເປົ້າໝາຍ ແລະ ຄຸນຄ່າ

ພວກເຮົາບໍ່ພຽງວັດຄວາມສໍາເລັດຈາກຜົນປະກອບການ ແຕ່ຍັງວັດຈາກຜົນກະທົບເຊິງບວກທີ່ເກີດຂຶ້ນກັບຜູ້ຄົນ ແລະ ຊຸມຊົນອີກດ້ວຍ

ບໍລິການ ຂອງພວກເຮົາ

New Direction ພວກເຮົານໍາສະເໜີ ແນວທາງບູລະນະການໃນ 3 ດ້ານຫຼັກ ເພື່ອຊ່ວຍໃຫ້ອົງກອນເຕີບໂຕຈາກພາຍໃນ ແລະ ສາມາດສື່ສານຄຸນຄ່າ ຂອງຕົນເອງສູ່ໂລກພາຍນອກໄດ້ຢ່າງຊັດເຈນ

ການພັດທະນາຊັບພະຍາກອນມະນຸດ

ພວກເຮົາສ້າງສັກກະຍະພາບໃຫ້ “ຄົນ” ເປັນພະລັງຂັບເຄື່ອນຄວາມສໍາເລັດຢ່າງຍືນຍົງ

ບໍລິການ HR ຂອງພວກເຮົາມຸ່ງເນັ້ນການເສີມສ້າງຄວາມເຂັມແຂງພາຍໃນອົງກອນຜ່ານ:

  • ໂປຣແກຣມພັດທະນາພາວະຜູ້ນໍາ
  • ການອອກແບບວັດທະນະທໍາຂອງອົງກອນ
  • ລະບົບບໍລິຫານ ແລະ ພັດທະນາບຸກຄະລາກອນ (Talent Management)
  • ເຄື່ອງມືປະເມີນຜົນການປະຕິບັດງານ
  • ການປັບປຸງຂະບວນການ HR ແລະ ການໃຫ້ຄໍາປຶກສາ

“ເມື່ອຄົນເຕີບໂຕ ອົງກອນກໍ່ເຕີບໂຕຕາມ”

ການຕະຫຼາດ ແລະ ການສື່ສານ

ພວກເຮົາຊ່ວຍທ່ານສື່ສານຢ່າງຊັດເຈນ, ມີເປົ້າໝາຍ ແລະ ຕົງກຸ່ມເປົ້າໝາຍ, ໂຊລູເຊີນ ການຕະຫຼາດຂອງພວກເຮົາຖືກອອກແບບມາສະເພາະ ສໍາລັບອົງກອນທີ່ຕ້ອງການສ້າງການເຊື່ອມຕໍ່ຢ່າງເລິດເຊິ່ງກັບລູກຄ້າ:

  • ການວິເຄາະແບຣນດ໌ ແລະ ພຶດຕິກໍາລູກຄ້າ
  • ການວາງຍຸດທະສາດການສື່ສານ
  • ການສ້າງສັນເນື້ອຫາ (ລວມເຖິງວິດີໂອ ແລະ ສື່ດີຈິຕໍ)
  • ການຕະຫຼາດສໍາລັບອົງກອນທີ່ບໍ່ມີທີມງານປະຈໍາ
  • ການໂຄ້ຊຊິ່ງທີມງານໃຫ້ສາມາດເຮັດການຕະຫຼາດໄດ້ດ້ວຍຕົນເອງ

“ພວກເຮົານໍາວິໄສທັດຂອງທ່ານມາແປງເປັນຂໍ້ຄວາມທີ່ຂັບເຄື່ອນຜູ້ຄົນ”

ການໃຫ້ຄໍາປຶກສາດ້ານການຈັດການດ້ານຍຸດທະສາດ

ພວກເຮົາຊ່ວຍຜູ້ນໍາອົງກອນວາງແຜນເສັ້ນທາງສູ່ຄວາມສໍາເລັດໄລຍະຍາວ

ບໍລິການດ້ານຍຸດທະສາດຂອງພວກເຮົາກວມເອົາຕັ້ງແຕ່ການວາງແຜນ ຈົນເຖິງການລົງມືປະຕິບັດຕົວຈິງ:

  • ການພັດທະນາ Vision, Mission ແລະ Values
  • ການຈັດເວີກຊອປ ວາງແຜນຍຸດທະສາດ 
  • ການວິເຄາະອົງກອນ ແລະ SWOT
  • ການສະໜັບສະໜູນການບໍລິຫານການປ່ຽນແປງ
  • ການໂຄ້ຊຊິງ ເພື່ອການປະສານງານຂ້າມຝ່າຍ ແລະ ການລົງມືເຮັດ

“ຍຸດທະສາດທີ່ຊັດເຈນ ປ່ຽນຄວາມທະເຍີຍທະຍານໃຫ້ເປັນການລົງມືເຮັດຕົວຈິງ”

ນັດໝາຍເພື່ອຂໍຄໍາປຶກສາເບື້ອງຕົ້ນຟຣີ

New Direction ພວກເຮົາ ໃຫ້ບໍລິການ “ຄໍາປຶກສາເບື້ອງຕົ້ນຟຣີ” ເພື່ອຊ່ວຍທ່ານລະບຸຄວາມທ້າທາຍທີ່ປະເຊີນໜ້າຢູ່ ແລະ ສໍາຫຼວດວ່າຄວາມຊ່ຽວຊານຂອງພວກເຮົາໃນດ້ານ HR, ການຕະຫຼາດ ແລະ ການຈັດການດ້ານຍຸດທະສາດ ຈະສາມາດສະໜັບສະໜູນເປົ້າໝາຍຂອງທ່ານໄດ້ແນວໃດ

ບໍ່ວ່າທ່ານກໍາລັງປະເຊີນໜ້າກັບ

  • ປັນຫາພາຍໃນທີມ
  • ຍຸດທະສາດການສື່ສານບໍ່ຊັດເຈນ
  • ຫຼື ຄວາມຕ້ອງການວາງແຜນຢ່າງເປັນລະບົບ

ກະລຸນາຕື່ມແບບຟອມ ດ້ານລຸ່ມນີ້, ທີມງານຂອງພວກເຮົາຈະຕິດຕໍ່ກັບພາຍໃນ 1 ວັນ (ຕາມວັນລັດຖະການ) ເພື່ອຍືນຍັນການນັດໝາຍ

what makes us different

At New Direction, we don’t just deliver services — we become your thinking partner in growth.

We stand out because we go beyond theory. We combine deep understanding of people with strategic thinking to design practical, human-centered solutions tailored to your real-world challenges. Our unique approach blends consulting, training, and implementation — ensuring change doesn’t just happen in a workshop, but in your daily operations.

Here’s how we’re different:

People-first mindset:

Staying relevant in the fast-changing digital space can overwhelm small and medium-sized businesses.

Integrated expertise:

We combine HR, marketing, and strategic management to align your internal team with your external impact.

Tailored solutions:

No templates. Every solution is designed based on your goals, context, and team culture.

Hands-on implementation:

We stay with you beyond planning — helping you turn ideas into action.

Trusted partnership:

We don’t work for you, we work with you — as part of your team.

“We don’t deliver workshops. We build transformation with you.”

ກໍລະນີສຶກສາ: ການປ່ຽນແປງທີ່ແທ້ຈິງຜ່ານຍຸດທະສາດທີ່ເນັ້ນ “ຄົນ” ເປັນສູນກາງ

ບໍລິສັດຜະລິດອາຫານ

ພວກເຮົາເລີ່ມຈາກການຮ່ວມອອກແບບປັດຊະຍາ, ວິໄສທັດ ແລະ ພາລະກິດຂອງອົງກອນ ເພື່ອສ້າງຮາກຖານທາງວັດທະນະທໍາທີ່ເຂັ້ມແຂງ. ຈາກນັ້ນ, ຈຶ່ງອອກແບບໂປຣແກຣມພັດທະນາພາວະຜູ້ນໍາໃຫ້ກັບຜູ້ບໍລິຫານ ພ້ອມວາງໂຄງສ້າງການດໍາເນີນງານທີ່ມີມາດຕະຖານ ແລະ ຊັດເຈນ

ອົງກອນການເປັນຜູ້ນໍາຕະຫຼາດໃນກຸ່ມທຸລະກິດຂອງຕົນ ເປັນທີ່ຍອມຮັບດ້ານຄວາມເປັນມືອາຊີບ, ຜະລິດງານໄດ້ສະໝໍ່າສະເໝີ ແລະ ບໍລິຫານດ້ວຍແນວທາງທີ່ເນັ້ນເປັນສູນກາງ

ການຈັດວາງຍຸດທະສາດທີ່ສອດປະສານລະຫວ່າງ “ຄົນ_ຂະບວນການ_ເປົ້າໝາຍ” ເຮັດໃຫ້ທຸລະກິດນີ້ກ້າວຂຶ້ນເປັນອັນດັບໜຶ່ງໃນອຸດສາຫະກໍາ

ທຸລະກິດຈັດຈໍາໜ່າຍ

ພວກເຮົາເຮັດວຽກໃກ້ຊິດກັບທີມ ເພື່ອເສີມສ້າງທັກສະການສື່ສານໃຫ້ຊັດເຈນ, ແມ່ນຍໍາ ແລະ ໝັ່ນໃຈ ພ້ອມກັບສະໜັບສະໜູນທີມການຕະຫຼາດ ໃນການອອກແບບແຄມເປນທີ່ຖືກໃຈກຸ່ມເປົ້າໝາຍ

ການສື່ສານພາຍໃນດີຂຶ້ນຢ່າງຊັດເຈນ, ຫຼຸດຜ່ອນຄວາມສູນເສຍໃນການດໍາເນີນງານ, ສ່ວນດ້ານການຕະຫຼາດຊ່ວຍ ເພີ່ມຄວາມເພິ່ງພໍໃຈຂອງລູກຄ້າ ແລະ ຂັບເຄື່ອນຍອດ ທຸລະກິດໃຫ້ເຕີບໂຕຫຼາຍກວ່າ 20%

ການປັບໃຫ້ “ການສື່ສານພາຍໃນ” ແລະ “ການຕະຫຼາດພາຍນອກ” ສອດຄ່ອງກັນ ເຮັດໃຫ້ອົງກອນເຕີບໂຕໄວຂຶ້ນ, ສະຫຼາດຂຶ້ນ ແລະ ໃກ້ຊິດລູກຄ້າຫຼາຍຂຶ້ນ

ທຸລະກິດການສຶກສາ

ພວກເຮົາເລີ່ມຈາກການວິເຄາະຈຸດອ່ອນຂອງພະນັກງານຢ່າງເລິກເຊິ່ງ ແລ້ວອອກແບບຫຼັກສູດການຝຶກອົບຮົມສະເພາະດ້ານ, ທີ່ບໍ່ພຽງເນັ້ນແຕ່ຜົນຂອງການຂາຍ ແຕ່ຍັງລວມເຖິງການປັບທັດສະນະຄະຕິ ແລະ ເສີມຄວາມໝັ່ນໃຈ ເພື່ອໃຫ້ທີມງານເຂົ້າໃຈ ແລະ ເຊື່ອມໂຍງກັບເປົ້າໝາຍຂອງອົງກອນ

ພາຍໃນໄລຍະເວລາພຽງ 1 ປີ ອົງກອນສາມາດບັນລຸເປົ້າໝາຍທາງທຸລະກິດ ແລະ ກາຍເປັນຜູ້ນໍາໃນແວດວົງການສຶກສາ ທັງໃນດ້ານພາຍໃນ ແລະ ພາບລັກພາຍນອກ

ການພັດທະນາສະເພາະດ້ານ ນໍາໄປສູ່ການເຕີບໂຕທີ່ກ້າວກະໂດດ ທັງໃນລະດັບບຸກຄົນ ແລະ ອົງກອນ

ຄີນິກສຸກຂະພາບລະດັບ ພຣີເມ່ຍ

ໃນທຸລະກິດທີ່ເນັ້ນບໍລິການເຊັ່ນ: ຄຼີນິກ ການເຂົ້າໃຈລູກຄ້າ ແລະ ສື່ສານດ້ວຍຄວາມເຫັນອົກເຫັນໃຈ ຄືຫົວໃຈສໍາຄັນ, ພວກເຮົາອອກແບບຫຼັກສູດທີ່ເຮັດໃຫ້ພະນັກງານເຂົ້າໃຈເສັ້ນທາງຂອງລູກຄ້າ ຢ່າງເລີກເຊິ່ງ ແລະ ຝຶກໃຫ້ມີຫົວໃຈແຫ່ງການບໍລິການ ພ້ອມສະໜັບສະໜູນຜູ້ບໍລິຫານໃຫ້ສື່ສານພາລະກິດອົງກອນໄດ້ຢ່າງສ້າງແຮງບັນດານໃຈ

ຄຼີນິກເຕີບໂຕຫຼາຍກວ່າ 50% ຕໍ່ປີ ດ້ວຍຄຸນນະພາບການບໍລິການທີ່ໂດດເດັ່ນ ແລະ ຄວາມສາມັກຄີທີ່ເພີ່ມຂຶ້ນ

ການປ່ຽນມຸມມອງໃນການໃຫ້ບໍລິການ, ສ້າງຜົນກະທົບທີ່ວັດໄດ້ແທ້, ທັງລາຍໄດ້, ພາບລັກ ແລະ ຄວາມພັກດີໃນໄລຍະຍາວ

​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ຕ່າງໆ

ນັດໝາຍການປຶກສາ

ຈັດຕາຕະລາງກອງປະຊຸມອອນໄລນ໌