ຂໍຕ້ອນຮັບສູ່ສູນຄວາມຮູ້ຂອງ New Direction_ພື້ນທີ່ແຫ່ງການຮຽນຮູ້ສໍາລັບ ຜູ້ນໍາ, ທີມງານ ແລະ ຜູ້ທີ່ຮັກການຮຽນຮູ້ຕະຫຼອດຊີວິດ ທີ່ເຊື່ອວ່າການເຕີບໂຕບໍ່ມີວັນສິ້ນສຸດ
ທີ່ນີ້ ພວກເຮົາແບ່ງປັນຄວາມຊ່ຽວຊານດ້ານ ຊັບພະຍາກອນມະນຸດ, ການຈັດການແບບຍຸດທະສາດ ແລະ ການສື່ສານການຕະຫຼາດ ຜ່ານແຫຼ່ງຄວາມຮູ້ທີ່ເຂົ້າເຖິງງ່າຍ ແລະ ຮຽນຮູ້ດ້ວຍຕົນເອງ
ບໍ່ວ່າທ່ານຈະເປັນເຈົ້າາຂອງທຸລະກິດ, ຫົວໜ້າທີມ ຫຼື HR ມືອາຊີບ, ສູນຄວາມຮູ້ຂອງພວກເຮົາຈະຊ່ວຍໃຫ້ທ່ານລົງມືເຮັດ, ເຂົ້າໃຈເລິກເຊິ່ງ ແລະ ສ້າງການປ່ຽນແປງໄດ້ແທ້_ໃນຈັງຫວະຂອງທ່ານເອງ
“ເພາະເມື່ອທ່ານເຕີບໂຕ ອົງກອນຂອງທ່ານກໍ່ເຕີບໂຕຕາມໄປພ້ອມກັບທ່ານ”
JD (ຄໍາບັນຍາຍລັກສະນະງານ) ທີ່ຂຽນດີ ຈະຊ່ວຍດຶງດູດຜູ້ສະໝັກທີ່ແມ່ນ ແລະ ສ້າງຄວາມຄາດຫວັງທີ່ຊັດເຈນຕັ້ງແຕ່ຕົ້ນ
ໃສ່ຊື່ທີ່ຊັດເຈນ ແລະ ສະເພາະເຈາະຈົງ ເຊັ່ນ: “ຜູ້ຊ່ຽວຊານການຕະຫຼາດດິຈິຕໍລ” ແທນຄໍາກວ້າງໆ ເຊັ່ນ: “ການຕະຫຼາດ”
ອະທິບາຍໜ້າທີ່ໂດຍລວມໃນ 2-3 ແຖວ ເນັ້ນ “ເປົ້າໝາຍຂອງຕໍາແໜ່ງ” ແລະ “ຜົນຮັບທີ່ຄາດຫວັງ”
ຕົວຢ່າງ:
“ຮັບຜິດຊອບໃນການວາງແຜນ ແລະ ດໍາເນີນການແຄມເປນດິຈິຕໍລ ເພື່ອເພີ່ມການເບິ່ງເຫັນແບຣນດ໌ ແລະ ສ້າງໂອກາດທາງທຸລະກິດ
ຂຽນເປັນ Bullet Point (5-8 ຂໍ້) ເລີ່ມຕົ້ນແຕ່ລະຂໍ້ດ້ວຍ “ຄໍາກິລິຍາ ທີ່ສະແດງການກະທໍາ”
ລວມເຖິງການສຶກສາ, ທັກສະ ແລະ ປະສົບການທີ່ຈໍາເປັນ
ລະບຸຫາກຈໍາເປັນເຊັ່ນ: ເວລາເຮັດວຽກ, ສະຖານທີ່ເຮັດວຽກ (ສໍານັກງານ/ອອນໄລນ໌/ແບບປະສົມ) ຫຼື ຄວາມຈໍາເປັນໃນການເດີນທາງ
ເຄັດລັບເພີ່ມເຕີມ:
ຕົວຢ່າງ JD
ຊື່ຕໍາແໜ່ງ: ຜູ້ປະສານງານຝຶກອົບຮົມ (Training Coordinator)
ສະຫຼຸບບົດບາດ:
ພວກເຮົາ ກໍາລັງຊອກຫາຜູ້ທີ່ໃສ່ໃຈລາຍລະອຽດ ແລະ ມີຄວາມກະຕື້ລື້ລົ້ນ ເພື່ອຊ່ວຍວາງແຜນ, ປະສານງານ ແລະ ຈັດການໂຄງການຝຶກອົບຮົມ ໃຫ້ການຮຽນຮູ້ເປັນໄປຢ່າງມີປະສິດທິພາບລະຫວ່າງຜູ້ຝຶກອົບຮົມ, ຜູ້ເຂົ້າຮ່ວມ ແລະ ທີມງານພາຍໃນ
ໜ້າທີ່ຫຼັກ:
ເຄື່ອງມືສອງຢ່າງທີ່ຊົງພະລັງ_ແຕ່ມີຈຸດປະສົງທີ່ແຕກຕ່າງກັນ
ເຖິງຢ່າງໃດກໍ່ຕາມ, KPI ແລະ OKR ຈະໃຊ້ເພື່ອຂັບເຄື່ອນຜົນງານ ແລະ ຕິດຕາມຄວາມຄືບໜ້າ ແຕ່ລະແບບກໍ່ເໝາະກັບວັດຖຸປະສົງທີ່ແຕກຕ່າງກັນ
KPI (Key Performance Indicator)
ແມ່ນຫຍັງ:
ຕົວຊີ້ວັດຜົນການປະຕິບັດງານ ທີ່ໃຊ້ຕິດຕາມວ່າບຸກຄົນ, ທີມ ຫຼື ອົງກອນບັນລຸເປົ້າໝາຍ ແນວປະຕິບັດໄດ້ດີເທົ່າໃດ!
ວັດຖຸປະສົງ:
ໃຊ້ວັດປະສິດທິພາບຢ່າງຕໍ່ເນື່ອງ
ລັກສະນະ:
OKR (Objectives and Key Results)
ແມ່ນຫຍັງ:
ກອບການຕັ້ງເປົ້າໝາຍທີ່ເນັ້ນຜົນຮັບທີ່ທ້າທາຍ ແລະ ສາມາດວັດຜົນໄດ້ ພາຍໃນໄລຍະເວລາທີ່ກໍານົດ
ວັດຖຸປະສົງ:
ເພື່ອເຊື່ອມໂຍງທີມກັບເປົ້າໝາຍແບບຍຸດທະສາດ ແລະ ຜັກດັນຜົນງານໃຫ້ກ້າວກະໂດດ
ໂຄງສ້າງ:
Objective: ເພີ່ມລະດັບການມີສ່ວນຮ່ວມຂອງພະນັກງານ
Key results:
ຕາຕະລາງປຽບທຽບ
ດ້ານທີ່ປຽບທຽບ | KPI | OKR |
|---|---|---|
ໂຟກັສຫຼັກ | ຕິດຕາມຜົນການປະຕິບັດງານ | ການຈັດແນວເປົ້າໝາຍ ແລະ ການເຕີບໂຕແບບຍຸດທະສາດ |
ໄລຍະເວລາ | ຕໍ່ເນື່ອງ (ລາຍເດືອນ/ໄຕມາດ) | ມີໄລຍະເວລາຊັດເຈນ (ສ່ວນໃຫຍ່ເປັນລາຍໄຕມາດ) |
ລັກສະນະຂອງເປົ້າໝາຍ | ຄົງທີ່ ວັດຜົນໄດ້ຊັດເຈນ | ທ້າທາຍ ເນັ້ນຜົນຮັບທີ່ມີຄວາມໝາຍ |
ຄວາມເປັນເຈົ້າຂອງເປົ້າ ໝາຍ | ລາຍບຸກຄົນ ຫຼື ທີມ | ທີມ ຫຼື ອົງກອນ |
ໃຊ້ເມື່ອໃດ | ວັດຜົນການດໍາເນີນງານ | ຂັບເຄື່ອນການປ່ຽນແປງ ແລະ ນະວັດຕະກໍາ |
ໃຊ້ທັງສອງຮ່ວມກັນ:
KPI = ເຮັດໃຫ້ເຄື່ອງຈັກຂັບເຄື່ອນ
OKR = ຊີ້ທິດທາງ ໃຫ້ເຄື່ອງຈັກຂັບເຄື່ອນໄປໃນທາງທີ່ຖືກຕ້ອງ