“An abundant
space where
human
potential
rises.”

ວິໄສທັດຂອງພວກເຮົາ

New Direction ພວກເຮົາມີວິໄສທັດທີ່ຈະເປັນ “ພື້ນທີ່ແຫ່ງຄວາມອຸດົມສົມບູນ” ທີ່ບົ່ມເພາະສັກກະຍະພາບຂອງມະນຸດ ແລະ ເສີມພະລັງໃຫ້ແຕ່ລະຄົນກາຍເປັນພະລັງຂັບເຄື່ອນ ຄວາມສໍາເລັດທີ່ຍືນຍົງຂອງອົງກອນ

ພວກເຮົາເຊື່ອວ່າ ເມື່ອຄົນເຕີບໂຕ, ອົງກອນກໍ່ເຕີບໂຕໄປພ້ອມ_ແລະ ພວກເຮົາສ້າງຜົນກະທົບທີ່ມີຄວາມໝາຍຕໍ່ຊຸມຊົນ ແລະ ໂລກ

“ພື້ນທີ່ອຸດົມສົມບູນ ທີ່ສັກກະຍະພາບຂອງມະນຸດງອກງາມ”

ພາລະກິດ ຂອງພວກເຮົາ

“ພວກເຮົາຈັດວາງຄົນ, ລະບົບ ແລະ ເລື່ອງລາວໃຫ້ສອດຄ່ອງກັນ_ເພື່ອຂັບເຄື່ອນອົງກອນໄປຂ້າງໜ້າ”

ພັດທະນາຄົນໃຫ້ເປັນຜູ້ນໍາທີ່ຂັບເຄື່ອນດ້ວຍເປົ້າໝາຍ

ພວກເຮົາສ້າງທັດສະນະຄະຕິ ແລະ ຄວາມໝັ້ນໃຈໃຫ້ກັບແຕ່ລະຄົນເພື່ອໃຫ້ພວກເຂົານໍາອົງກອນດ້ວຍວິໃສທັດ, ຄວາມຄິດ, ສ້າງສັນ ແລະ ຄວາມຮັບຜິດຊອບ

ສ້າງວັດທະນະທໍາການຮຽນຮູ້ທີ່ເນັ້ນຄວາມຮ່ວມມື

ພວກເຮົາຊ່ວຍໃຫ້ອົງກອນສ້າງສະພາບແວດລ້ອມທີ່ການຮຽນຮູ້ຕໍ່ເນື່ອງ, ການສື່ສານທີ່ເປີດກວ້າງ ແລະ ຄວາມສໍາເລັດຮ່ວມກັນ ກາຍເປັນສ່ວນໜຶ່ງຂອງການເຮັດວຽກໃນທຸກໆມື້

ອອກແບບລະບົບທີ່ເນັ້ນມະນຸດເປັນສູນກາງ ເພື່ອຂັບເຄື່ອນນະວັດຕະກໍາ

ພວກເຮົາຮ່ວມກັບອົງກອນໃນການສ້າງໂຄງສ້າງ HR ແລະ ຍຸດທະສາດດ້ານບຸກຄະລາກອນທີ່ສົ່ງເສີມຄວາມຄິດສ້າງສັນ, ການດູແລສຸຂະພາບ, ພາວະ ແລະ ຜົນກະທົບທີ່ຍືນຍົງ ແລະ ຂະຫຍາຍໄດ້

ອອກແບບຍຸດທະສາດການຕະຫຼາດ ທີ່ເຊື່ອມໂຍງຄົນ ແລະ ເປົ້າໝາຍເຂົ້າດ້ວຍກັນ

ພວກເຮົາສະໜັບສະໜູນໃນການສື່ສານທີ່ຊັດເຈນ, ຈິງໃຈ ແລະ ມີປະສິດທິພາບ_ປ່ຽນຄຸນຄ່າຂອງແບຣນດ໌ໃຫ້ກາຍເປັນຂໍ້ຄວາມທີ່ກະຕຸ້ນໃຫ້ເກີດການລົງມື ແລະ ສ້າງຄວາມໄວ້ວາງໃຈໃນໄລຍະຍາວ

ຄ່ານິຍົມຫຼັກ

1. ເບິ່ງການໄກ ຄິດສ້າງສັນ

ພວກເຮົາເຫັນພາບລວມໄດ້ຊັດເຈນ ບໍ່ວ່າຈະເປັນອະນາຄົດ ຂອງອົງກອນ ຫຼື ໂຄງການໃດໆ  ແລະ ມີຄວາມເປັນຜູ້ນໍາໃນການພາທີມກ້າວໄປສູ່ຄວາມສໍາເລັດ

“ພວກເຮົານໍາດ້ວຍຈິນຕະນາການ ຄວາມຊັດເຈນ ແລະ ເປົ້າໝາຍ”

2. ມຸ່ງເນັ້ນຜົນຮັບທີ່ມີຄວາມໝາຍ

ວຽກງານຂອງພວກເຮົານໍາໄປສູ່ຄວາມສໍາເລັດທີ່ຈັບຕ້ອງໄດ້ ທັງໃນລະດັບບຸກຄົນ, ທີມ ແລະ ອົງກອນ. ພວກເຮົາໃຫ້ຄວາມສໍາຄັນກັບຄວາມສະໝໍ່າສະເໝີ, ຄວາມຮັບຜິດຊອບ ແລະ ການພັດທະນາຢ່າງຕໍ່ເນື່ອງ

“ຜົນຮັບສໍາຄັນ_ແລະ ພວກເຮົາຮັບຜິດຊອບຕໍ່ສິ່ງທີ່ເຮັດ”

3. ສື່ສານຢ່າງມີເປົ້າໝາຍ

ພວກເຮົາເຊື່ອໃນບົດສົນທະນາແບບເປີດກວ້າງ ແລະ ມີຄວາມໝາຍ ການສື່ສານທີ່ມີປະສິດທິພາບຊ່ວຍໃຫ້ເປົ້າໝາຍຕົງກັນສ້າງຄວາມສໍາພັນ ແລະ ເຄື່ອນໄປຂ້າງໜ້າຮ່ວມກັນ

“ການສື່ສານທີ່ຊັດເຈນ ສ້າງຄວາມສໍາເລັດໄປຂ້າງໜ້າຮ່ວມກັນ”

4. ນໍາດ້ວຍແຮງບັນດານໃຈ ແລະ ການລົງມືເຮັດ

ຄວາມເປັນຜູ້ນໍາບໍ່ໄດ້ມາຈາກຕໍາແໜ່ງ ແຕ່ມາຈາກຄວາມສາມາດໃນການພາຜູ້ອື່ນໄປສູ່ເປົ້າໝາຍຮ່ວມກັນ ພວກເຮົາສ້າງແຮງບັນດານໃຈ, ສ້າງຄວາມໄວ້ວາງໃຈ ແລະ ບໍລິຫານດ້ວຍວິໄສທັດ ແລະ ຄວາມເຂົ້າໃຈ

“ພວກເຮົາເສີມພະລັງໃຫ້ຜູ້ອື່ນເປັນຜູ້ນໍາດ້ວຍຄວາມໝັ້ນໃຈ ແລະ ຄວາມໃສ່ໃຈ”

ຄວາມຊ່ຽວຊານສະເພາະຂອງພວກເຮົາ: HR ແລະ ການຕະຫຼາດ

New Direction, ພວກເຮົາຊ່ຽວຊານໃນສອງປັດໄຈສໍາຄັນຂອງການເຕີບໂຕ ຢ່າງຍືນຍົງໃນອົງກອນນັ້ນຄື: ຊັບພະຍາກອນມະນຸດ ແລະ ການຕະຫຼາດ

ຈຸດແຂງຂອງພວກເຮົາຄື “ຄວາມເຂົ້າໃຈຄົນ” _ ວ່າພວກເຂົາຄິດ, ເຮັດວຽກ, ເຊື່ອມໂຍງ ແລະ ເຕີບໂຕແນວໃດ ທັງພາຍໃນອົງກອນ ແລະ ໃນຕະຫຼາດ

ການພັດທະນາຊັບພະຍາກອນມະນຸດ

ພວກເຮົາຊ່ວຍອົງກອນສ້າງຮາກຖານພາຍໃນທີ່ໜັ້ນຄົງຜ່ານ:

  • ການພັດທະນາພາວະຜູ້ນໍາ
  • ລະບົບການປະເມີນຜົນ
  • ການບໍລິຫານ ແລະ ພັດທະນາບຸກຄະລາກອນ
  • ການອອກແບບວັດທະນະທໍາອົງກອນ

ບໍ່ວ່າທ່ານຈະກໍາລັງສ້າງທີມທີ່ມີປະສິດທິພາບສູງ, ຫຼື ກໍາລັງວາງລະບົບ HR ແຫ່ງອະນາຄົດ_ພວກເຮົາພ້ອມເດີນຄຽງຂ້າງທ່ານ

“ທຸລະກິດທີ່ຍິ່ງໃຫຍ່ ເລີ່ມຕົ້ນຈາກຄົນທີ່ຍິ່ງໃຫຍ່”

Strategic Marketing & Communication

ພວກເຮົາຊ່ວຍແບຣນດ໌, ສ້າງການເຊື່ອມໂຍງກັບກຸ່ມເປົ້າໝາຍຢ່າງຊັດເຈນ ດ້ວຍຂໍ້ຄວາມທີ່ມີພະລັງ, ເລື່ອງລາວທີ່ໜ້າດຶງດູດ ແລະ ຍຸດທະສາດທີ່ມີໂຄງສ້າງ

ບໍລິການຂອງພວກເຮົາລວມມີ:

  • ການວິເຄາະຕະຫຼາດ ແລະ ພຶດຕິກໍາລູກຄ້າ
  • ການວາງແຜນເນື້ອຫາ
  • ການສື່ສານຜ່ານຊ່ອງທາງດິຈິຕໍລ ເໝາະຢ່າງຍິ່ງສໍາລັບທຸລະກິດທີ່ບໍ່ມີທີມການຕະຫຼາດພາຍໃນ

“ຂໍ້ຄວາມຂອງທ່ານມີຄວາມໝາຍ_ແລະ ພວກເຮົາຊ່ວຍສົ່ງສານນັ້ນຢ່າງມີຈຸດມຸ່ງໝາຍ”